ມະຫາວິທະຍາໄລເຕີຍບັກ ຕ້ອນຮັບນັກສຶກສາລາວ 72 ຄົນ ເຂົ້າຮຽນສົກຮຽນ 2026–2027
ວັນທີ 4/9/2026, ມະຫາວິທະຍາໄລເຕີຍບັກ ໄດ້ຈັດພິທີຕ້ອນຮັບນັກສຶກສາລາວ 72 ຄົນ ທີ່ໄດ້ຮັບທຶນຈາກງົບປະມານຂອງແຂວງເຊີນລາ ເຊິ່ງໄດ້ສຳເລັດຫຼັກສູດພາສາຫວຽດນາມ ແລະ ເຂົ້າຮຽນຢ່າງເປັນທາງການໃນສົກຮຽນ 2026–2027. ນີ້ແມ່ນກິດຈະກຳທີ່ມີຄວາມໝາຍຕົວຈິງໃນວຽກງານສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ, ພ້ອມທັງປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ...

