ວັນທີ 9/11, ມະຫາວິທະຍາໄລເຕີຍບັກ ໄດ້ຈັດພິທີສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງ (1960–2025) ແລະ 43 ປີ ວັນຄູຫວຽດນາມ (1982–2025).

ພິທີສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງມະຫາວິທະຍາໄລເຕີຍບັກ
ເຂົ້າຮ່ວມພິທີ ມີ ທ່ານ Lò Minh Hùng, ຮອງເລຂາປະຈຳຄະນະພັກແຂວງເຊີນລາ; ທ່ານ Hà Trung Chiến, ກຳມະການປະຈຳພັກແຂວງ, ຮອງປະທານປະຈຳຄະນະກຳມະການປະຊາຊົນແຂວງ; ບັນດາກຳມະການປະຈຳພັກແຂວງເຊີນລາ; ທ່ານ Vừ A Bằng, ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ; ການນຳຂອງບັນດາພະແນກການຂອງແຂວງເຊີນລາ, ດ້ຽນບຽນ, ລາຍເຈົາ; ຕາງໜ້າບັນດາອົງການຂຶ້ນກັບກະຊວງສຶກສາ ແລະ ບຳລຸງສ້າງ; ບັນດາອົງການ, ວິສາຫະກິດທີ່ຮ່ວມມືກັບມະຫາວິທະຍາໄລ; ການນຳ, ອະດີດການນຳ ແລະ ຄູອາຈານ, ພະນັກງານຫຼາຍລຸ້ນຂອງມະຫາວິທະຍາໄລເຕີຍບັກ.

ຜູ້ແທນເຂົ້າຮ່ວມພິທີ
ມະຫາວິທະຍາໄລເຕີຍບັກ ມີຕົ້ນກຳເນີດມາຈາກໂຮງຮຽນຄູມັດທະຍົມຕົ້ນ ເຂດປົກຄອງຕົນເອງໄທ – ແມ້ວ ທີ່ສ້າງຕັ້ງຂຶ້ນໃນປີ 1960. ຜ່ານ 65 ປີ ແຫ່ງການກໍ່ສ້າງ ແລະ ຂະຫຍາຍຕົວ, ມະຫາວິທະຍາໄລໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ກາຍເປັນອູ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບໃຫ້ແກ່ບັນດາແຂວງພາກຕາເວັນຕົກສ່ຽງເໜືອ. ຈາກຈຸດເລີ່ມຕົ້ນທີ່ມີຄູພຽງ 12 ທ່ານ ໃນປີ 1960, ມະຫາວິທະຍາໄລໄດ້ສ້າງ ແລະ ບຳລຸງຮອງສາດສະດາຈານ 12 ທ່ານ, ປະລິນຍາເອກ 182 ທ່ານ ແລະ ປະລິນຍາໂທເກືອບ 350 ທ່ານ; ປັດຈຸບັນມີຮອງສາດສະດາຈານ 6 ທ່ານ, ປະລິນຍາເອກ 87 ທ່ານ ແລະ ປະລິນຍາໂທຫຼາຍກວ່າ 200 ທ່ານ ກຳລັງປະຕິບັດໜ້າທີ່. ຈາກການສ້າງຄູ, ມະຫາວິທະຍາໄລໄດ້ພັດທະນາເປັນສະຖາບັນການສຶກສາຊັ້ນສູງຫຼາຍສາຂາ, ຫຼາຍຂົງເຂດ ມີ 25 ສາຂາລະດັບປະລິນຍາຕີ ແລະ 2 ສາຂາລະດັບປະລິນຍາໂທ ກວມເອົາຂົງເຂດທີ່ສຳຄັນ, ຕອບສະໜອງຄວາມຕ້ອງການພັດທະນາຂອງພາກພື້ນ.

ການນຳແຂວງເຊີນລາ ມອບດອກໄມ້ສະແດງຄວາມຍິນດີ

ການນຳແຂວງດ້ຽນບຽນ ມອບດອກໄມ້ສະແດງຄວາມຍິນດີ
ນັບແຕ່ປີ 2001 ຮອດປັດຈຸບັນ, ມະຫາວິທະຍາໄລໄດ້ສ້າງ ແລະ ມອບໃບປະກາສະນີຍະບັດໃຫ້ແກ່ປະລິນຍາຕີລະບົບປົກກະຕິ ຫຼາຍກວ່າ 20.000 ຄົນ, ຊັ້ນສູງເກືອບ 6.000 ຄົນ, ປະລິນຍາຕີລະບົບຮຽນໄປພ້ອມເຮັດວຽກ ຫຼາຍກວ່າ 17.000 ຄົນ ແລະ ປະລິນຍາໂທຫຼາຍຮ້ອຍຄົນ. ຄຽງຄູ່ກັບການສ້າງ, ມະຫາວິທະຍາໄລຍັງໄດ້ຊຸກຍູ້ການຄົ້ນຄວ້າວິທະຍາສາດ ແລະ ການຖ່າຍທອດເຕັກໂນໂລຊີ; ສອນພາສາຫວຽດນາມ ແລະ ວິຊາສະເພາະໃຫ້ແກ່ນັກສຶກສາລາວ. ຕາມຂໍ້ຕົກລົງເລກທີ 452/QĐ-TTg ລົງວັນທີ 27/2/2025 ຂອງນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງແຜນຜັງເຄືອຂ່າຍສະຖາບັນການສຶກສາຊັ້ນສູງ ແລະ ສະຖາບັນສ້າງຄູ ໄລຍະ 2021–2030 ວິໄສທັດຮອດປີ 2050, ມະຫາວິທະຍາໄລເຕີຍບັກ ໄດ້ຖືກກຳນົດເປັນໜຶ່ງໃນ 14 ສະຖາບັນຫຼັກດ້ານການສ້າງຄູ ແລະ ຈະພັດທະນາເປັນມະຫາວິທະຍາໄລພາກພື້ນ ໃນໄລຍະຫຼັງປີ 2030.

ທ່ານ Lò Minh Hùng ກ່າວຄຳເຫັນໃນພິທີ
ກ່າວຄຳເຫັນໃນພິທີ, ທ່ານ Lò Minh Hùng ໄດ້ຍ້ອງຍໍ, ຮັບຮູ້ ແລະ ສະແດງຄວາມກະຕັນຍູຢ່າງເລິກເຊິ່ງຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງພະນັກງານ, ອາຈານ ແລະ ນັກສຶກສາຫຼາຍລຸ້ນຂອງມະຫາວິທະຍາໄລເຕີຍບັກ ຕໍ່ພາລະກິດການສຶກສາ – ການຝຶກອົບຮົມ ແລະ ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃຫ້ແກ່ແຂວງເຊີນລາ ແລະ ເຂດພາກຕາເວັນຕົກສ່ຽງເໜືອ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່, ທ່ານໄດ້ສະເໜີໃຫ້ມະຫາວິທະຍາໄລສືບຕໍ່ສົ່ງເສີມຜົນງານທີ່ໄດ້ຮັບ, ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງ ແລະ ພັດທະນາມະຫາວິທະຍາໄລຕາມທິດເປັນມະຫາວິທະຍາໄລພາກພື້ນທີ່ມີຫຼາຍສາຂາ, ປົກຄອງຕົນເອງ, ເຊື່ອມໂຍງສາກົນ ແລະ ພັດທະນາແບບຍືນຍົງ; ພັດທະນາກຸ່ມສາຂາວິຊາແຖວໜ້າ ທີ່ຕິດພັນກັບການຄົ້ນຄວ້າ – ຖ່າຍທອດເຕັກໂນໂລຊີ ແລະ ທ່າແຮງຂອງພາກພື້ນ ໂດຍຖືການສ້າງຄູເປັນຈຸດສຸມ; ຊຸກຍູ້ການຫັນເປັນດິຈິຕອນຢ່າງຮອບດ້ານ ໃນການຄຸ້ມຄອງມະຫາວິທະຍາໄລ, ການສ້າງ ແລະ ການຄົ້ນຄວ້າວິທະຍາສາດ; ພັດທະນາຄະນະອາຈານ ແລະ ນັກວິທະຍາສາດທີ່ມີຄຸນນະພາບສູງ… ເພື່ອໃຫ້ມະຫາວິທະຍາໄລເຕີຍບັກ ນັບມື້ນັບພັດທະນາ ແລະ ສົມກັບເປັນມະຫາວິທະຍາໄລຂອງເຂດພາກຕາເວັນຕົກສ່ຽງເໜືອ.

ທ່ານ Lò Minh Hùng ມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ບຸກຄົນ

ທ່ານ Hà Trung Chiến ມອບໃບຍ້ອງຍໍໃຫ້ແກ່ການຈັດຕັ້ງຂອງມະຫາວິທະຍາໄລ

ຊາວໜຸ່ມມະຫາວິທະຍາໄລເຕີຍບັກ ຮັບໃບຍ້ອງຍໍຂອງປະທານຄະນະກຳມະການປະຊາຊົນແຂວງ

ການນຳແຂວງດ້ຽນບຽນ ມອບໃບຍ້ອງຍໍໃຫ້ມະຫາວິທະຍາໄລເຕີຍບັກ
ເນື່ອງໃນໂອກາດນີ້, ນາຍົກລັດຖະມົນຕີ ໄດ້ມອບໃບຍ້ອງຍໍໃຫ້ແກ່ 1 ບຸກຄົນ; ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ມອບໃບຍ້ອງຍໍໃຫ້ແກ່ 2 ການຈັດຕັ້ງ ແລະ ຮັບຮອງນາມມະຍົດການຈັດຕັ້ງແຮງງານດີເດັ່ນ ໃຫ້ແກ່ 4 ການຈັດຕັ້ງ; ປະທານຄະນະກຳມະການປະຊາຊົນແຂວງເຊີນລາ ມອບໃບຍ້ອງຍໍໃຫ້ແກ່ 2 ການຈັດຕັ້ງ; ປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ ແລະ ລາຍເຈົາ ມອບໃບຍ້ອງຍໍໃຫ້ມະຫາວິທະຍາໄລ; ສູນກາງສະມາຄົມສົ່ງເສີມການສຶກສາຫວຽດນາມ ມອບໃບຍ້ອງຍໍໃຫ້ສະມາຄົມສົ່ງເສີມການສຶກສາຂອງມະຫາວິທະຍາໄລເຕີຍບັກ.

ມະຫາວິທະຍາໄລເຕີຍບັກ ຮັບໃບຍ້ອງຍໍຂອງແຂວງລາຍເຈົາ

ມອບໃບຢັ້ງຢືນຂອງກະຊວງສຶກສາ ແລະ ບຳລຸງສ້າງ ໃຫ້ແກ່ການຈັດຕັ້ງແຮງງານດີເດັ່ນ

ມອບໃບຍ້ອງຍໍຂອງສູນກາງສະມາຄົມສົ່ງເສີມການສຶກສາຫວຽດນາມ

ຜູ້ແທນທ່ຽວຊົມມະຫາວິທະຍາໄລເຕີຍບັກ

ຜູ້ແທນທ່ຽວຊົມງານວາງສະແດງຮູບພາບກ່ຽວກັບຜົນງານຂອງມະຫາວິທະຍາໄລ

ລາຍການສິລະປະສະເຫຼີມສະຫຼອງພິທີ
ແຫຼ່ງທີ່ມາ: Thanh Đào / baosonla.vn

