ປະທານຄະນະກຳມະການປະຊາຊົນແຂວງເຊີນລາ ເຮັດວຽກກັບມະຫາວິທະຍາໄລເຕີຍບັກ
ວັນທີ 04/6/2026, ທີ່ມະຫາວິທະຍາໄລເຕີຍບັກ, ຄະນະຜູ້ແທນຄະນະກຳມະການປະຊາຊົນແຂວງເຊີນລາ ນຳໂດຍ ທ່ານ Nguyễn Đình Việt, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ເຮັດວຽກກັບມະຫາວິທະຍາໄລ ເພື່ອແລກປ່ຽນກ່ຽວກັບການປະສານງານໃນການສ້າງ, ບຳລຸງຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ ແລະ ການຖ່າຍທອດເຕັກໂນໂລຊີ ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຂວງ; ພ້ອມທັງປຶກສາຫາລື, ເປັນເອກະພາບບາງວິທີແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາຂອງມະຫາວິທະຍາໄລ. ຄະນະຜູ້ແທນປະກອບມີຕາງໜ້າການນຳຫ້ອງວ່າການຄະນະກຳມະການປະຊາຊົນແຂວງ; ບັນດາພະແນກ: ສຶກສາ ແລະ ບຳລຸງສ້າງ, ພາຍໃນ,...
Read More









